ຊອບແວສຳລັບ SME

ເຄື່ອງມືທີ່ສ້າງມາໃຫ້ເໝາະກັບວິທີເຮັດວຽກຈິງຂອງທຸລະກິດນ້ອຍໃນລາວ ແລະ ດູແລໂດຍທີມດຽວກັນກັບທີ່ຝຶກອົບຮົມພະນັກງານຂອງເຈົ້າ

SitBooks Enterprise ERP

SitBooks Enterprise ERP

ລະບົບບັນຊີ ແລະ ບໍລິຫານທຸລະກິດຄົບວົງຈອນ ສຳລັບ SME ແລະ ອົງກອນໃນລາວ

ເຈົ້າຂອງທຸລະກິດບໍ່ຄວນເສຍເວລາກັບການຈັດການເອກະສານ ແລະ ການປ້ອນບັນຊີທີ່ຊັບຊ້ອນ. SitBooks Enterprise ERP ຖືກພັດທະນາຂຶ້ນເພື່ອຊ່ວຍໃຫ້ SME ລາວ ບໍລິຫານການຂາຍ, ການຈັດຊື້, ສິນຄ້າຄົງຄັງ, ບັນຊີ, ເງິນເດືອນ ແລະ ການເງິນ ໃນລະບົບດຽວ. ພຽງແຕ່ບັນທຶກລາຍຮັບ-ລາຍຈ່າຍດ້ວຍພາສາທີ່ເຂົ້າໃຈງ່າຍ ລະບົບຈະສ້າງບັນຊີຄູ່ (Double-Entry) ໃຫ້ອັດຕະໂນມັດ ຕາມຫຼັກການບັນຊີມາດຕະຖານ

  • ອອກແບບມາເພື່ອລາວໂດຍສະເພາະ — ຄຳນວນ PIT ແບບອັດຕາກ້າວໜ້າ, ຮອງຮັບ LSSO ທັງພະນັກງານ ແລະ ນາຍຈ້າງ, ບໍລິຫານ VAT ແລະ ພາສີຫັກໄວ້, ລາຍງານພ້ອມຍື່ນ DRD ແລະ ຄວບຄຸມ Running Number ຂອງໃບກຳກັບພາສີ
  • ການຂາຍ ແລະ ລູກຄ້າ — ຂໍ້ມູນລູກຄ້າ, ໃບສະເໜີລາຄາ, ໃບສັ່ງຂາຍ, ການສົ່ງສິນຄ້າ, ໃບແຈ້ງໜີ້, ໃບຮັບເງິນ, ລູກໜີ້ການຄ້າ (AR), ໃບສະຫຼຸບຍອດລູກຄ້າ ແລະ ຄວບຄຸມວົງເງິນສິນເຊື່ອ
  • ການຈັດຊື້ ແລະ ຜູ້ສະໜອງ — ໃບຂໍຊື້ (PR), ໃບສັ່ງຊື້ (PO), ໃບຮັບສິນຄ້າ (GRN), ໃບແຈ້ງໜີ້ຜູ້ສະໜອງ, ເຈົ້າໜີ້ການຄ້າ (AP), ການກວດສອບ 3 ທາງ ແລະ ວິເຄາະການຈັດຊື້
  • ສິນຄ້າຄົງຄັງ ແລະ ສາງ — ຫຼາຍສາງ, ຄິດຕົ້ນທຶນແບບ FIFO ແລະ ຖົວສະເລ່ຍ, ຕິດຕາມ Serial Number ແລະ Batch/Lot, ຄຸ້ມຄອງວັນໝົດອາຍຸ, ປະຫວັດການເຄື່ອນໄຫວ ແລະ ການຕີລາຄາສິນຄ້າ
  • ບັນຊີການເງິນ — ບັນຊີແຍກປະເພດ (GL), ຜັງບັນຊີ, ໃບສຳຄັນ, ຄວບຄຸມງົບປະມານ, ປິດງວດ ແລະ ປິດປີບັນຊີ, Audit Trail ແລະ ບັນຊີຫຼາຍສະກຸນເງິນ
  • ເງິນສົດ ແລະ ທະນາຄານ — ຮັບເງິນ, ຈ່າຍເງິນ, ຈັດການບັນຊີທະນາຄານ, ກະທົບຍອດທະນາຄານ, ນຳເຂົ້າ Statement ແລະ ຕິດຕາມສະຖານະເງິນສົດ
  • ເງິນເດືອນ ແລະ ບຸກຄະລາກອນ — ຄິດເງິນເດືອນ, ໃບຮັບເງິນເດືອນອີເລັກໂຕຣນິກ, ຄຳນວນ PIT ແລະ LSSO, ລ່ວງເວລາ (OT), ໂບນັດ ແລະ ເງິນອຸດໜູນ, ຄຸ້ມຄອງການລາພັກ
  • ຊັບສິນຖາວອນ — ຂຶ້ນທະບຽນຊັບສິນ, ຈັດໝວດໝູ່, ຄິດຄ່າເສື່ອມລາຄາ, ໂອນຍ້າຍ, ຈຳໜ່າຍ ແລະ ວິເຄາະກຳໄລ-ຂາດທຶນ
  • ລາຍງານສຳລັບຜູ້ບໍລິຫານ — Dashboard ແບບ Real-Time, ງົບກຳໄລຂາດທຶນ, ງົບດຸນ, ງົບກະແສເງິນສົດ, ງົບທົດລອງ, ອາຍຸໜີ້ AR ແລະ AP, ວິເຄາະຕົ້ນທຶນ ແລະ ຜົນງານແຕ່ລະພະແນກ ພ້ອມພະຍາກອນກະແສເງິນສົດ 13 ອາທິດ

ຂໍໃບສະເໜີລາຄາ

ສອບຖາມ
ຮັບອອກແບບ Website ຕາມທຸລະກິດ

ຮັບອອກແບບ Website ຕາມທຸລະກິດ

Website ທີ່ອອກແບບຕາມທຸລະກິດຂອງເຈົ້າ ບໍ່ແມ່ນແບບສຳເລັດຮູບທີ່ພຽງປ່ຽນໂລໂກ້

ຮັບອອກແບບ Website ໂຄສະນາບໍລິສັດ ແລະ Website ສຳລັບທຸລະກິດ ໂດຍອອກແບບຕາມຄວາມຕ້ອງການ, ປະເພດທຸລະກິດ ແລະ Workflow ຂອງແຕ່ລະບໍລິສັດ. ພວກເຮົາບໍ່ໄດ້ໃຊ້ Package ສຳເລັດຮູບ ແຕ່ຈະວິເຄາະ ແລະ ອອກແບບ Website ໃຫ້ເໝາະກັບເປົ້າໝາຍຂອງທຸລະກິດທ່ານ — ເພື່ອໃຫ້ບໍລິສັດເບິ່ງເປັນມືອາຊີບ ໜ້າເຊື່ອຖື ລູກຄ້າເຂົ້າໃຈສິນຄ້າ ແລະ ບໍລິການໄດ້ງ່າຍ ແລະ ເພີ່ມໂອກາດຫາລູກຄ້າໃໝ່

  • ອອກແບບຕາມທຸລະກິດຂອງເຈົ້າ ບໍ່ແມ່ນ Package ສຳເລັດຮູບ — ວິເຄາະປະເພດທຸລະກິດ ເປົ້າໝາຍ ແລະ Workflow ກ່ອນເລີ່ມອອກແບບ
  • ມີ Admin Panel ໃຫ້ທີມງານແກ້ຂໍ້ມູນເອງໄດ້ — ປ່ຽນລາຄາ ຫຼື ເພີ່ມສິນຄ້າ ບໍ່ຕ້ອງເອີ້ນຊ່າງ
  • ມີແບບຟອມຂໍໃບສະເໜີລາຄາ ແລະ ລົງທະບຽນ ຄຳຖາມຈຶ່ງເຂົ້າມາເປັນລາຍການທີ່ຕິດຕາມໄດ້ ບໍ່ຫຼົ່ນຫາຍ
  • ເຊື່ອມຕໍ່ WhatsApp, Messenger, Email ແລະ Google Maps ລູກຄ້າຕິດຕໍ່ໄດ້ທາງທີ່ລາວຖະນັດ
  • ໃຊ້ໄດ້ດີທັງໃນມືຖື Tablet ແລະ ຄອມພິວເຕີ ເພາະລູກຄ້າສ່ວນໃຫຍ່ເຂົ້າມາທາງມືຖື
  • ຕໍ່ຍອດໄດ້ — ເວັບເດີມພັດທະນາເປັນ Web Application, CRM, ລະບົບຈອງ ຫຼື ERP ໄດ້ພາຍຫຼັງ

ຂໍໃບສະເໜີລາຄາ

ສອບຖາມ

ຫຼາຍຫຼັກສູດ ຫຼາຍທັກສະ ເລືອກໄດ້ຕາມເປົ້າໝາຍຂອງເຈົ້າ

ບໍ່ວ່າຈະຮຽນເພື່ອວຽກ, ທຸລະກິດ ຫຼື ພັດທະນາຕົນເອງ — ປຶກສາຟຣີ ເພື່ອເລືອກຫຼັກສູດທີ່ເໝາະກັບເຈົ້າ

ແຊັດ WhatsApp